SIM ການສຶກສາໂລກ - ສະໜັບສະໜູນການສະແຫວງຫາຄວາມຮູ້ດ້ານສິລະປະ ແລະ ກິລາຂອງນັກຮຽນພວກເຮົາ. ພວກເຮົາເຊື່ອໝັ້ນວ່າ ສິລະປະກໍ່ໃຫ້ເກີດແຮງບັນດານໃຈດ້ານຄວາມຄິດສ້າງສັນ ແລະ ການສະແດງອອກ, ໃນຂະນະທີ່ກິລາເສີມສ້າງສຸຂະພາບຈິດໃຈ, ຄວາມສາມາດໃນການປັບປ່ຽນ, ການເຮັດວຽກເປັນທີມ ແລະ ການແກ້ໄຂບັນຫາທີ່ເປັນປະເດັນຫຼັກສຳລັບການດຳລົງຊີວິດ.
ມີໂອກາດຫຼາຍຢ່າງໃຫ້ທ່ານທີ່ຈະກ້າວເປັນຜູ້ນຳ ເພື່ອປະກອບສ່ວນຢ່າງຕັ້ງໜ້າຕໍ່ວິທະຍາເຂດຂອງພວກເຮົາ. ຖ້າທ່ານເຮັດໄດ້ແນວນັ້ນ, ທ່ານຈະເລີ່ມສ້າງລັກສະນະການເປັນຜູ້ນຳໃນຮູບແບບຂອງທ່ານເອງ, ມີຄວາມຮັບຜິດຊອບໃນການກະທຳຂອງຕົນເອງຕາມທີ່ທ່ານຄິດໄວ້ ແລະ ເພີ່ມຄວາມຮັບຮູ້ດ້ວຍຕົນເອງຂຶ້ນ.
ເປັນສ່ວນໜຶ່ງໃນການຮ່ວມກັບສະໂມສອນກິລາຂອງພວກເຮົາ ແລະ ເຂົ້າຮ່ວມໃນເກມການແຂ່ງຂັນມະຫາວິທະຍາໄລສິງກະໂປ (SUniG) ແລະ ເກມການແຂ່ງຂັນຕົວແທນການຊ່າງຂອງສະຖາບັນ (IVP) ຫຼື ສະແດງຄວາມສາມາດພິເສດຂອງທ່ານເທິງເວທີສະໂມສອນສິລະປະ ແລະ ວັດທະນະທຳຂອງພວກເຮົາ, ໂຄງການສ້າງກິດຈະກຳຮ່ວມຫຼັກສູດ ເພື່ອສູມປະສົບການຕະຫຼອດຊີວິດໃນດ້ານບວກ ທີ່ຈະຊ່ວຍທ່ານນຳທາງຄວາມດຸ່ນດ່ຽງໃນຊ່ວງຂອງຊີວິດນັກສຶກສາ.
ເລືອກຈາກສະໂມສອນ ແລະ ສະພານັກສຶກສາຫຼາຍກວ່າ 70 ແຫ່ງ ລວມທັງກິລາ, ສິລະປະ ແລະ ວັດທະນະທຳ, ສະມາຄົມນັກສຶກສາຕ່າງປະເທດ, ການພັດທະນາ ແລະ ຄວາມເປັນຜູ້ນຳ ແລະ ກຸ່ມອື່ນໆທີ່ສົນໃຈພິເສດ.
ນັກສຶກສາ, ລະດັບປະລິນຍາຕີດ້ານວິທະຍາສາດ (ກຽດນິຍົມ) ໃນ
ການພົວພັນສາກົນ
ມະຫາວິທະຍາໄລລອນດອນ, ລາຊະອານາຈັກ
ກອງປະຊຸມດ້ານການສຶກສາລະດັບປະລິນຍາສຳລັບຜູ້ອຳນວຍການ,
ສະມາຄົມປະສານງານສາກົນ(IAS) ຂອງ SIM
ນັກສຶກສາ, ລະດັບປະລິນຍາຕີດ້ານວິທະຍາສາດ (ກຽດນິຍົມ)
ທຸລະກິດສາກົນ
ມະຫາວິທະຍາໄລເບີມິງແຮມ, ລາຊະອານາຈັກ
ຮອງປະທານ, ເຄືອຂ່າຍຜູ້ປະກອບການໜູ່ມ(YEN) ຂອງSIM
ສະຖາບັນການບໍລິຫານ Pte Ltd ຂອງປະເທດສິງກະໂປ
ໝາຍເລກລົງທະບຽນ CPE: 199607747H
ໄລຍະເວລາຂອງການລົງທະບຽນ: 20 ພຶດສະພາ 2018 - 19 ພຶດສະພາ 2022
ສະຖາບັນການບໍລິຫານ Pte Ltd ຂອງປະເທດສິງກະໂປ (SIM PL), © 2018