ຂ້ອຍຕັດສິນໃຈທີ່ຈະມາຮຽນໃນ SIM GE ພາຍຫຼັງທີ່ໄດ້ຍິນກ່ຽວກັບມະຫາວິທະຍາໄລຈາກຜູ້ໃຫ່ຍທີ່ກັບບ້ານ ຜູ້ທີ່ຮຽນຢູ່ທີ່ນັ້ນ. ມັນເປັນເປົ້າໝາຍຂອງຂ້ອຍທີ່ຈະສືບຕໍ່ການສຶກສາຂອງຂ້ອຍທີ່ LSE ແລະ ຂ້ອຍຮູ້ສຶກວ່າ ການສຶກສາຕໍ່ໃນຫຼັກສູດທຸລະກິດໃນSIM-UOL BSc (ກຽດນິຍົມ) ອາດຈະເຮັດໃຫ້ຂ້ອຍເດີນທາງຖືກ ເພື່ອໃຫ້ສຳເລັດຕາມເປົ້າໝາຍນີ້.
ຂ້ອຍໂຊກດີຫຼາຍທີ່ໄດ້ນັ່ງໃນຫ້ອງຮຽນ ພ້ອມດ້ວຍນັກສະແດງທີ່ເກັ່ງທີ່ສຸດໃນໂລກ. ໂມດູນວິຊາທີ່ຂ້ອຍໄດ້ຮຽນທີ່ SIM ມີປະໂຫຍດຫຼາຍ. ຖ້າບໍ່ມີພື້ນຖານ, ມັນກໍຄ່ອນຂ້າງຍາກທີ່ຈະເຮັດໃຫ້ດີໃນທີ່ນີ້ໄດ້. ຂ້ອຍໄດ້ຕິດຕໍ່ພົວພັນກັບຫຼາຍໆອາຈານທີ່ SIM ເມື່ອໃດກໍຕາມທີ່ຂ້ອຍຕ້ອງການຄວາມຊ່ວຍເຫຼືອ. ດັ່ງນັ້ນ, ຂ້ອຍບໍ່ສາມາດກ່າວຂອບໃຈຕໍ່ SIM ໄດ້ໝົດ ສຳລັບປະສົບການ ແລະ ໂອກາດຕ່າງໆທີ່ມອບໃຫ້ຂ້ອຍ.
ຫ້ອງຮຽນຢູ່ SIM ນີ້ ມີການພົວພັນກັນ ແລະ ເປີດການສົນທະນາ. ມີການເນັ້ນໜ້ອຍ ກ່ຽວກັບການສອບເສັງແບບພື້ນເມືອງ ແລະ ເພີ່ມຄວາມເອົາໃຈໃສ່ດ້ານທັກສະດ້ານໂລກແຫ່ງຄວາມເປັນຈິງ ເຊັ່ນການໃຫ້ບົດນຳສະເໜີ, ເຮັດວຽກເປັນກຸ່ມ, ເຮັດກິດຈະກຳ ແລະ ກໍລະນີສຶກສາອື່ນໆ
ປະສົບການທີ່ຂ້ອຍໄດ້ຮັບໂດຍການດຳເນີນການແຂ່ງຂັນດ້ານທຸລະກິດ, ພົບປະກັບເຈົ້າຂອງທຸລະກິດຈາກຫຼາຍສາຂາ ແລະ ພົວພັນກັບຜູ້ປະກອບການທີ່ເປັນໝູ່ເພື່ອນທີ່ໃຫ້ຮູ້ໃນໂລກແຫ່ງຄວາມຈິງ.
SIM ເປັນມະຫາວິທະຍາໄລເອກະຊົນທີ່ດີທີ່ສຸດໃນປະເທດສິງກະໂປ. ການສຶກສາທີ່ SIM ເຮັດໃຫ້ງ່າຍຂຶ້ນໃນການຊອກຫາວຽກງານ ໂດຍສະເພາະ ເມື່ອສົມທຽບກັບມະຫາວິທະຍາໄລເອກະຊົນອື່ນໆໃນປະເທດສິງກະໂປ.
SIM GE ມີເວທີທີ່ຍິ່ງໃຫ່ຍສຳລັບການສຶກສາຂອງຂ້ອຍ ແລະ ການພົວພັນກັບຄົນຈາກທົ່ວທຸກມູມໂລກ. ຂ້ອຍຂອບໃຈ SIM GE ທີ່ສະໜອງສະພາບແວດລ້ອມໃນການຮຽນຮູ້ຕາມການເຊີນ ແລະ ສິ່ງອຳນວຍຄວາມສະດວກ. ດີສຳລັບນັກຮຽນ
ຂ້ອຍມັກທຸກຢ່າງກ່ຽວກັບປະເທດສິງກະໂປ ສ່ວນຫຼາຍ ໝູ່ຂອງຂ້ອຍເປັນຄົນທ້ອງຖິ່ນ ຂ້ອຍຄິດວ່າ ຄົນທ້ອງຖິ່ນດີທີ່ສຸດ. ແລະ ຂ້ອຍກໍມັກມັນຫຼາຍ.
SIM ໃຫ້ສະພາບແວດລ້ອມໃນການຮຽນທີ່ດີ, ມີສິ່ງອຳນວຍຄວາມສະດວກທີ່ກ້າວໜ້າ ແລະ ເປັນໝູ່ບ້ານວັດທະນະທຳຂອງໂລກທີ່ຫຼາກຫຼາຍ ແລະເປີດໃຈຕ້ອນຮັບໂອກາດດີໆໃນການຮຽນຮູ້ເປັນທີມ ແລະ ຊື່ນຊົມກັບວັດທະນະທຳທີ່ແຕກຕ່າງ.
ໃນຖານະທີ່ເປັນນັກສຶກສາຕ່າງປະເທດ, ທຸກເວລາທີ່ຢູ່ໃນ SIM GE ແມ່ນປະສົບການສາກົນ. ຂ້າພະເຈົ້າເຮັດໜ້າເປັນສະມາຊິກຄະນະກຳມະການຜູ້ບໍລິຫານຂອງສະໂມສອນການລົງທຶນ ແລະ ເຄືອຂ່າຍຂອງ SIM (INC), ເປັນບ່ອນທີ່ຂ້ອຍໄດ້ຈັດແຄ້ມໃຫ້ນັກຮຽນອື່ນໆ ແລະ ເຂົ້າຮ່ວມໂຄງການຝຶກອົບຮົມການວິເຄາະ (ATP) ກັບ ຊີຕີແບງ ເພື່ອຫຼໍ່ຫຼອມທັກສະ ແລະ ເພີ່ມປະສົບການຂອງໂລກແຫ່ງຄວາມເປັນຈິງ.
ການສຶກສາຢູ່ທີ່ນີ້ໄດ້ໃຫ້ໂອກາດທີ່ດີຕໍ່ຂ້ອຍໃນການສ້າງປະສົບການດ້ານວັດທະນະທຳທີ່ອຸດົມສົມບູນ. ດຽວນີ້ຂ້ອຍສາມາດຄິດນອກກອບ ແລະ ພ້ອມທີ່ຈະແກ້ໄຂສະພາບແວດລ້ອມການເຮັດວຽກໃນອະນາຄົດໄດ້.
ໃນຖານະທີ່ເປັນສະມາຊິກຄະນະກຳມາະການບໍ ລິຫານຂອງຕົວແທນນັກຮຽນ SIM ການສຶກສາໂລກ, ຂ້ອຍໃຫ້ໂອກາດຕ່າງໆເພື່ອສະສົມປະສົບການຈາກກິ ດຈະກຳໃໝ່ ແລະ ນຳພາໝູ່ຮ່ວມງານຂອງຂ້ອຍ.